ການສະເໜີຂໍທຶນຈາກ ແຜນງານການຈ່າຍຕອບແທນເປັນເງິນອີງຕາມຜົນງານວຽກງານ REDD+ ຂອງ ສປປ ລາວ ພາຍໃຕ້ ກອງທຶນດິນຟ້າອາກາດສີຂຽວ (GCF). ການເປີດເຜີຍບົດລາຍງານການປົກປ້ອງດ້ານສິ່ງແວດລ້ອມ ແລະ ສັງຄົມ (ESS).
ລັດຖະບານ ສປປ ລາວ, ຮ່ວມກັບອົງການຮ່ວມມືສາກົນຍີ່ປຸ່ນ (JICA), ກໍາລັງກະກຽມຍືນຂໍທຶນຈາກ ແຜນງານການຈ່າຍຕອບແທນເປັນເງິນອີງຕາມຜົນງານວຽກງານ REDD+ ພາຍໃຕ້ ກອງທຶນດິນຟ້າອາກາດສີຂຽວ (GCF).
ທຶນດັ່ງກ່າວຈະຖືກນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານປົກປັກຮັກສາປ່າໄມ້, ທັງໃນລະດັບສູນກາງ ແລະ ພາກໃຕ້ຂອງ ສປປ ລາວ, ພາຍໃຕ້ຊື່ໂຄງການ: “ແຜນງານ ການຈ່າຍຕອບແທນເປັນເງິນອີງຕາມຜົນງານວຽກງານ REDD+ ຂອງ ສປປ ລາວ ໄລຍະປີ 2015-2018 – “ໂຄງການຄຸ້ມຄອງພູມີທັດປ່າໄມ້ ແລະ ຊີວິດການເປັນຢູ່ທາງພາກໃຕ້ ຂອງ ສປປ ລາວ (GFLL-SL)”.
ປັດຈຸບັນ, ບົດລາຍງານການປົກປ້ອງດ້ານສິ່ງແວດລ້ອມ ແລະ ສັງຄົມ (ESS) ຂອງໂຄງການ GFLL-SL ແມ່ນໄດ້ເຜີຍແຜ່ສູ່ສາທາລະນະຊົນຢ່າງເປັນທາງການແລ້ວ.
ເລກທີ 1882/ກປ
ຂໍ້ຕົກລົງ ວ່າດ້ວຍ ການສ້າງລະບົບຖານຂໍ້ມູນ ວຽກງານປົກປ້ອງ ສັງຄົມ ແລະ ສິ່ງແວດລ້ອມ ສໍາລັບແຜນງານຫຼຸດຜ່ອນທາດອາຍເຮືອນແກ້ວຈາກການທໍາລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ຊຸດໂຊມ ຂອງ ສປປ ລາວ.
ຂໍ້ຕົກລົງດັ່ງກ່າວ ຮັບຮອງ ການສ້າງລະບົບ ຖານຂໍ້ມູນວຽກງານປົກປ້ອງ ສັງຄົມ ແລະ ສິ່ງແວດລ້ອມ ແຫ່ງຊາດ (LNSIS) ສໍາລັບວຽກງານ REDD+ ໃນ ສປປ ລາວ.
ເອກະສານການສ້າງລະບົບ LNSIS
ລະບົບຖານຂໍ້ມູນວຽກງານປົກປ້ອງ ສັງຄົມ ແລະ ສິ່ງແວດລ້ອມ ແຫ່ງຊາດ.
ລະບົບຖານຂໍ້ມູນວຽກງານປົກປ້ອງ ສັງຄົມ ແລະ ສິ່ງແວດລ້ອມ ແຫ່ງຊາດ (LNSIS) ແມ່ນລະບົບທີ່ນໍາໃຊ້ໃນລະດັບຊາດ ໃນການສະໜອງຂໍ້ມູນວ່າ ວຽກງານ ການປົກປ້ອງ ສັງຄົມ ແລະ ສິ່ງແວດລ້ອມຂອງ ແຄນຄູນ (Cancun safeguards) ໄດ້ຮັບການ ແກ້ໄຂ ແລະ ເຄົາລົບ ແນວໃດໃນລະຫວ່າງການຈັດຕັ້ງປະຕິບັດ ວຽກງານ REDD+ ໃນ ສປປ ລາວ. ໃນລະບົບ LNSIS ແມ່ນລວມມີຂໍ້ມູນ ກ່ຽວກັບ ຈຸດປະສົງ, ການຈັດຕັ້ງ, ການຄຸ້ມຄອງຖານຂໍ້ມູນ ແລະ ກົນໄກການລາຍງານ.
ສັງລວມຫຍໍ້ ສະພາບລວມ ແລະ ການຈັດຕັ້ງປະຕິບັດວຽກງານການປົກປ້ອງ ສັງຄົມ ແລະ ສິ່ງແວດລ້ອມ ໄລຍະ ປີ 2015-2018
ບົດລາຍງານ ຄັ້ງທີ່ 1 ສັງລວມຫຍໍ້ ສະພາບລວມ ແລະ ການຈັດຕັ້ງປະຕິບັດວຽກງານການປົກປ້ອງ ສັງຄົມ ແລະ ສິ່ງແວດລ້ອມ ໃນແຜນງານ REDD+ ຂອງ ສປປ ລາວ ໄລຍະ ປີ 2015-2018.
ອີງຕາມ ຂໍ້ເຫັນດີ ເລກທີ 12/CP 19: 1. ຢໍ້າຕື່ມວ່າ ໂດຍອີງຕາມ ຂໍ້ເຫັນດີ ເລກທີ 12/CP.17, ວັກ 3, ບັນດາປະເທດກໍາລັງພັດທະນາທີ່ເປັນພາຄີ ທີ່ຈັດຕັ້ງປະຕິບັດ ກິດຈະກໍາ ທີລະບຸໄວ້ໃນ ຂໍ້ເຫັນດີ ເລກທີ 1/CP.16, ວັກ 70, ຄວນສະໜອງ ບົດສັງລວມຫຍໍ້ ສະພາບລວມ ການຈັດຕັ້ງປະຕິບັດ ວຽກງານການປົກປ້ອງ ດັ່ງທີ່ລະບຸໄວ້ໃນ ເອກະສານຊ້ອນທ້າຍ I ຂອງຂໍ້ເຫັນດີ ເລກທີ 1/CP.16 ວ່າໄດ້ຮັບການແກ້ໄຂ ແລະ ເຄົາລົບ ແນວໃດ ໃນໄລຍະທີ່ຈັດຕັ້ງປະຕິບັດບັນດາກິດຈະກໍາ; 2. ຢໍ້າຕື່ມວ່າ ໂດຍອີງຕາມ ຂໍ້ເຫັນດີເລກທີ 12/CP.17, ວັກ 4, ບົດສັງລວມຫຍໍ້ ທີ່ໄດ້ກ່າວມາໃນວັກທີ 1 ຂ້າງເທິງນັ້ນຄວນໄດ້ຮັບການສ້າງຂື້ນເປັນໄລຍະ ແລະ ຄັດຕິດເຂົ້າໃນ ບົດສື່ສານແຫ່ງຊາດ, ຫຼື ສ່ອງທາງການສື່ສານ ທີ່ໄດ້ຮັບການຕົກລົງເຫັນດີ ໃນ ກອງປະຊຸມພາຄີ; 3. ເຫັນດີ ວ່າ ສາມາດສົ່ງ ບົດສັງລວມຫຍໍ້ ດັ່ງທີ່ລະບຸໄວ້ໃນ ວັກ 1 ຂ້າງເທິງ ຕາມຄວາມສະໝັກໃຈ ໂດຍສົ່ງຜ່ານ ເວບໄຊ ຂອງ UNFCCC. ດັ່ງນັ້ນ, ສປປ ລາວ ຈຶ່ງມີຈຸດປະສົງ ຕ້ອງການນໍາສົ່ງ ບົດສັງລວມຫຍໍ້ ຄັ້ງທີ 1 ສໍາລັບໄລຍະ ປີ 2015-2018.
ເອກະສານວຽກງານການປົກປ້ອງ ຂອງໂຄງການ I-GFLL.
ເນື່ອງຈາກ ເປັນປະເທດ ທີ່ດ້ອຍພັດທະນາ ແລະ ບໍ່ມີທາງອອກສູ່ທະເລ, ສປປ ລາວ ມີຄວາມສ່ຽງສູງ ຕໍ່ສະພາບ ການປ່ຽນແປງດິນຟ້າອາກາດ. ເສດຖະກິດແມ່ນຂຶ້ນກັບຊັບພະຍາກອນທໍາມະຊາດ, ໂດຍສະເພາະແມ່ນປ່າໄມ້, ກະສິກໍາ, ການຜະລິດໄຟຟ້າແລະການຂຸດຄົ້ນບໍ່ແຮ່. ຂະແໜງກະສິກຳ, ປ່າໄມ້ ແລະ ການປະມົງ ກວມເອົາ 16 ເປີເຊັນ ຂອງຜະລິດຕະພັນລວມພາຍໃນ (GDP) ແລະ ກວມເອົາ 64% ຂອງແຮງງານລາວ.
ໂຄງການນີ້ ໄດ້ຮັບທຶນຈາກ ກອງທຶນອາກາດສີຂຽວ (GCF) ສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດ ແຜນງານຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ພາຍຫຼັງທີ່ໄດ້ສູນເສຍການປົກຫຸ້ມຂອງປ່າເຂດຮ້ອນມາຫຼາຍທົດສະວັດ. ໂຄງການ ຈະເສີມສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ ວຽກງານ REDD+ ໂດຍການເພີ່ມຄວາມພ້ອມຂອງການເງິນ ແລະ ການສ້າງຄວາມເຂັ້ມແຂງທາງດ້ານກົດໝາຍ ແລະ ລະບຽບການຂອງຂະແໜງປ່າໄມ້. ນອກຈາກນີ້ ຍັງຈະຊຸກຍູ້ ການກະສິກຳ ທີ່ບໍ່ທຳລາຍປ່າໄມ້ ແລະ ການກະສິກໍາ-ປ່າໄມ້ ໂດຍການເພີ່ມທະວີການຜະລິດກະສິກຳ.
ເອກະສານວຽກງານການປົກປ້ອງ ຂອງໂຄງການ GFLL
ແຜນງານນີ້ ແມ່ນແນໃສ່ແກ້ໄຂ ສາເຫດ ແລະ ເຄົ້າສາເຫດ ຂອງການສູນເສຍປ່າໄມ້ ໃນ 6 ແຂວງ (ຫົວພັນ, ຫຼວງພະບາງ, ອຸດົມໄຊ, ຫລວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ), ກວມເອົາ 1/3 ຂອງເນື້ອທີ່ທັງໝົດຂອງປະເທດ. ພາກພື້ນດັ່ງກ່າວ ແມ່ນກວມເອົາ 40% ຂອງພຶ້ນທີ່ທີ່ເກີດມີການທໍາລາຍປ່າໄມ້ ແລະ ການຊຸດໂຊມຂອງປ່າໄມ້ ທົ່ວປະເທດ ໃນລະຫວ່າງປີ 2005-2015.
ກອງທຶນກາກບອນ, ໂດຍຜ່ານ ທະນາຄານໂລກ, ໃຫ້ຄໍາໝັ້ນສັນຍາວ່າຈະຈ່າຍເງິນໃຫ້ ສປປ ລາວ ຈາກການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ເຖິງ 8.4 ລ້ານ ໂຕນ CO2 ໃນພື້ນທີ່ແຂວງພາກເໜຶອ.
